ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ແວ່ນ​ອັດ​ສະ​ຣິ​ຍະສາມາດ​ປະ​ເມີນ​ພະຍາດ​ໄດ້ຈາກ​​ໃບ​ໜ້າ

     ຈະ​ເປັນ​ການ​ດີ​ບໍ່​ໜ້ອຍຖ້າ​ເຮົາແຍງແວ່ນ​ແລ້ວ ​ສາມາດ​ປະ​ເມີນ​ຄວາມ​ສ່ຽງ​ຂອງ​ສຸຂະພາບ​ຂອງ​ຕົນ​ໄດ້, ຖ້າ​ຫາກ​ພົບ​ອາການ​ຜິດ​ປົກກະຕິ​
ຈະ​ໄດ້​ຮູ້​ຕົວ ແລະ ປິ່ນປົວ​ໄດ້​ແຕ່​ທຳ​ອິດ, ນີ້​ຄື​ການ​ປະດິດ​ຄິດ​ຄົ້ນ​ຂອງ ແວ່ນ ອັດ​ສະ​ຣິ​ຍະ (‘MagicMirror’) ສາມາດ​ວັດແທກ​ຊີບພະຈອນ
​ຈາກ​ການໄຫຼ​ວຽນ​ຂອງ​ເລືອດ​ຕາມ​ໃບ​ໜ້າ.

     NuraLogix ຜູ້​ຄົ້ນຄວ້າ​ເປີດ​ຕົວ Anura MagicMirror ແວ່ນ​ອັດ​ສະ​ຣິ​ຍະ​ທີ່​ມາ​ພ້ອມ​ກັບ​ເຊນ​ເຊີ ​ທີ່​ເຮັດ​ວຽກ​ຮ່ວມ​ກັບ AI ຊ່ວຍ
​ກວດ​ສອບ​ຊີບພະຈອນ​ຈາກ​ການ​ໄຫຼ​ວຽນ​ຂອງ​ເລືອດ​ຕາມ​ໃບ​ໜ້າ, ປະ​ເມີນ​ຄວາມ​ສ່ຽງ​ອາການ​ເຈັບ​ປ່ວຍ​ເບື້ອງ​ຕົ້ນ. MagicMirror ເປັນ
ແວ່ນ​ຂະໜາດ 21,5 ນີ້ວ ພຽງ​ແຕ່​ເອົາ​ໃບ​ໜ້າ​ໄປ​ແຍງ​ໃສ່​ພຽງ​ແຕ່ 30 ວິນາທີ ຈາກ​ນັ້ນ​ເຊນ​ເຊີ ແລະ AI ຈະ​ທຳ​ການ​ກວດ​ສອບ​ຈັບ​ເສັ້ນເລືອດ
​ຕາມ​ໃບ​ໜ້າ ພ້ອມ​ກັບ​ການ​ວິເຄາະ​ຂອງ​ການ​ໄຫຼ​ວຽນ​ ເພື່ອ​ວິເຄາະ​ອອກ​ມາ​ເປັນ​ຂໍ້​ມູນ​ສຸຂະພາບ ​ໂດຍ​ໃຊ້​ເຕັກ​ໂນ​ໂລ​ຊີ Transdermal
Optical Imaging ໃນ​ການ​ກວດ​ຈັບ.

     ຜູ້​ຄົ້ນຄວ້າ​ເຜີຍ​ຕື່ມ​ວ່າ: MagicMirror ສາມາດ​ກວດຄວາມດັນ, ອັດຕາ​ການ​ເຕັ້ນ​ຂອງ​ຫົວໃຈ, ສັນຍານ​ຊີບພະຈອນ, ອັດຕາ​ການ​ຫາຍ
ໃຈ, ຈົນ​ໄປ​ເຖິງ​ອາຍຸ​ຂອງ​ຜິວ​ໜ້າ. ນອກຈາກ​ນັ້ນ​ຍັງ​ປະ​ເມີນຄວາມ​ສ່ຽງ​ຂອງພະຍາດເບົາຫວານ, ພະຍາດຫົວໃຈ, ພະຍາດ​ຫຼອດເລືອດ, ຄວາມ
ດັນເລືອດສູງ, ພະຍາດ​ໄຂມັນ​ພອກ​ຕັບ ຈົນ​ໄປ​ເຖິງ​ການ​ປະ​ເມີນ​ຄວາມເຄັ່ງ​ຕຶງ​ ແລະ ອາການ​ຊືມ​ເສົ້າ​ໄດ້.

ແຫຼ່ງທີ່ມາ: ໜັງສືພິມກອງທັບ
ວັນທີ 22/02/2024